ກົນລະຍຸດທ່ອງທ່ຽວລາວ

ການທ່ອງທ່ຽວລາວຕ້ອງວາງແຜນກົນລະຍຸດດີໆ
ປີນີ້ເປັນປີທ່ອງທ່ຽວລາວ ຜ່ານມາໄດ້ສາມເດືອນແລ້ວ.
ໃນເມື່ອ:

1. ຄູ່ແຂ່ງການທ່ອງທ່ຽວລາວແມ່ນການທ່ອງທ່ຽວໄທ ແລະ ເປັນຄູ່ແຂ່ງທີ່ມີທຸກຢ່າງຄ້າຍຄິງກັບລາວຫຼາຍທີ່ສຸດ ໂດຍສະເພາະ ພາກອີສານຂອງໄທ ບໍ່ວ່າຈະເປັນ ອາຫານ ວັດທະນະທຳ ສະພາບພູມມິອາກາດ ພາສາ.

2. ເງິນໃນກະເປ໋າລູກຄ້າມີຈຳກັດ ດັງນັ້ນລູກຄ້າຕ້ອງເລືອກ ການບໍລິການທີ່ຄຸ້ມຄ່າເງິນໃນກະເປ໋າໃຫ້ຫຼາຍທີ່ສຸດ.

3. ຄ່າໃຊ້ຈ່າຍໃນລາວຍັງແພງກວ່າຄ່າໃຊ້ຈ່າຍໃນໄທ ໂດຍສະເພາະ ຄ່າເດີນທາງ ບໍ່ວ່າຈະເປັນຄ່າເຊົ່າລົດຕູ້ (ຢູ່ໄທ ມື້ລະ 1,800 -2,500 ບາດ ບໍ່ລວມຄ່ານ້ຳມັນ) ແຕ່ຢູ່ລາວແມ່ນ 3,000 ບາດຂຶ້ນໄປ ລວມນ້ຳມັນ (ແຕ່ບໍ່ໄກ ໃນລາຄານີ້) ນອກຈາກນັ້ນຄ່າບໍລິການອື່ນໆ ທີ່ມີລາຄາສູງກວ່າ ເພາະພາວະເງິນເຟີ້ ແລະສິນຄ້າສ່ວນຫຼາຍແມ່ນນຳເຂົ້າຈາກປະເທດໄທ.

4. ສິ່ງອຳນວຍຄວາມສະດວກຍັງບໍ່ຫຼາຍເທົ່າຢູ່ໄທ.

ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ ຜູ້ຂຽນຈະຂໍສະເໜີແນະກົນລະຍຸດດັ່ງຕໍ່ໄປນີ້.
ກົນລະຍຸດການທ່ອງທ່ຽວລາວ ທີ່ຈະດຶງດູດລູກຄ້າໃຫ້ມາທ່ອງທ່ຽວລາວໄດ້ເພີ່ມຂຶ້ນ:

1. ສ້າງຄວາມແຕກຕ່າງທີ່ໄທຂາດ ແຕ່ລາວມີ ຄື ວັດທະນະທຳ ທີ່ລາວຍັງຄົງມີຄວາມເປັນດັ້ງເດີມໄດ້ຫຼາຍກວ່າ (ເດັກນ້ອຍລຸ້ນໃໝ່ ຕ້ອງຫັນມາຊ່ວຍກັນອະນຸລັກວັດທະນະທຳທີ່ດີໃຫ້ຄົງໄວ້ ເຊັ່ນ: ການສະແດງສິລະປະວັດທະນະທຳ, ການແຕ່ງກາຍ ແລະ ວິຖີຊີວິດຂອງຊົນເຜົ່າແບບດັ້ງເດີມ.

ໃນຄວາມເປັນຈິງອາຈຈະມີການປ່ຽນແປງໄປຕາມການເວລາ ແຕ່ຂໍໃຫ້ອະນຸລັກໄວ້ໃຫ້ໄດ້ຫຼາຍທີ່ສຸດ. ປັດຈຸບັນການຂັບລຳກອນ ໝໍລຳ ເລີ່ມບໍ່ເຫັນໃນໄວລຸ້ນ ຫຼື ຄົນລຸ້ນໃໝ່ ແຕ່ຢູ່ໃນໄທໝໍລຳໄປສະແດງຢູ່ໃສ ຄົນເບີ່ງເຕັມ.

2. ຊັບພະຍາກອນທຳມະຊາດຂອງລາວ ທີ່ອຸດົມສົມບູນ ບໍ່ວ່າຈະເປັນ: ນ້ຳຕົກ, ສາຍນ້ຳ, ພູເຂົາ, ປ່າໄມ້ ຂໍໃຫ້ທຸກຄົນຊ່ວຍກັນອະນຸລັກໄວ້ ເພາະນີ້ຄືຈຸດຂາຍທີ່ແຕກຕ່າງຈາກພາກອີສານຂອງໄທ.

3. ສ້າງ Value Proposition ຄື ການບໍລິການທີ່ເປັນເລີດ ແມ້ວ່າຄ່າໃຊ້ຈ່າຍຈະສູງກວ່າໄທ ແຕ່ຖ້າການບໍລິການດີກວ່າລູກຄ້າຈະຮູ້ສຶກເຖີງ ຄວາມຄຸ້ມຄ່າ.
ການສ້າງມາດຕະຖານການບໍລິການມີຄວາມສຳຄັນຫຼາຍ ເພາະນີ້ຄື ຫົວໃຈຂອງການມາທ່ອງທ່ຽວ ທຸກຄົນຕ້ອງການຄວາມສຸກ ເມື່ອເຂົາໄດ້ຮັບຄວາມສຸກເຕັມທີ່ ເຂົາຈະລືມໄປວ່າເຂົາຈ່າຍແພງ.

4. ສ້າງການທ່ອງທ່ຽວແບບເຈາະຈົງລູກຄ້າ Targeted Marketing.
ການເລືອກລູກຄ້າ ຈະມີໂອກາດຫຼາຍກວ່າການຮັບລູກຄ້າທຸກຄົນ. ເພາະ Trend ການທ່ອງທ່ຽວຈະເນັ້ນ ການທ່ອງທ່ຽວທີ່ຕ້ອງການປະສົບການສ່ວນບຸກຄົນ ຫຼາຍກວ່າການທ່ອງທ່ຽວແບບທົ່ວໆ ໄປ ຫຼື ແບບເໝົາຮວມ.
ເມື່ອມາທ່ອງທ່ຽວແລ້ວໄດ້ປະສົບການດີ ເຂົາຈະປາກຕໍ່ປາກເອງ.

5. ເນັ້ນການຂາຍປະສົບການ ບວກກັບການທ່ອງທ່ຽວ ຖ້າເນັ້ນແຕ່ທ່ອງທ່ຽວລູກຄ້າມັກຈະລືມ ມາແລ້ວກໍ່ບໍ່ຢາກມາອີກ ແຕ່ຖ້າເນັ້ນການຂາຍປະສົບການ ລູກຄ້າຈະຈື່ ແລະ ຈະກັບມາອີກ ເຊັ່ນ: ປະສົບການຄວາມຕື່ນເຕັ້ນ, ການຜະຈົນໄພ, ການປີນເຂົາ ການແຂ່ງຂັນ ເປັນຕົ້ນ. ຈະເຮັດໃຫ້ລູກຄ້າຫຼັ່ງສານ ສານແຫ່ງຄວາມສຸກ ຄື ສານເອນໂດຣຟີນ (endorphin)

ຖ້າເນັ້ນການທ່ອງທ່ຽວແບບຄວາມຮັກ ເຊັ່ນ ການທ່ອງທ່ຽວແບບຄູ່ຮັກ ມາຮັນນີມູນ ຫຼື ພາຄອບຄົວມາທ່ອງທ່ຽວ ເນັ້ນຄວາມສຸກ ຄວາມອົບອຸ່ນ ຄວາມຜູກພັນປະສົບການສ່ວນຕົວແບບຄູ່ຮັກ ນັກທ່ອງທ່ຽວຈະຫຼັ່ງສານ ອ້ອກຊິໂຕຊີນ (oxytocin).

ຖ້າເນັ້ນ ການທ່ອງທ່ຽວໃນຮູບແບບ ຄວາມສຳເລັດ ເຊັ່ນ ການມາປະຊຸມ ສຳມະນາ ການມາທ່ອງທ່ຽວໃນຮູບແບບ ອົງກອນ ຫຼື ມາສະຫຼອງຄວາມສຳເລັດ ນັັກທ່ອງທ່ຽວຈະຫຼັ່ງສານ ໂດປາມີນ(dopamine).

ແຕ່ຖ້າຢາກໃຫ້ນັກທ່ອງທ່ຽວຫຼັ່ງສານທີ່ສຸກທີ່ສຸດ ໄດ້ພາຍໃນ ຄື ກຳລັງໃຈ ແລະມີຄວາມສຸກຫຼາຍ ຄື ການຫຼັ່ງສານ ເຊໂຣໂທນິນ (serotonin) ທີ່ຖືວ່າ ເປັນສານທີ່ຫຼັ່ງມາຈາກຕ່ອມໃຕ້ສະໝອງໃນສ່ວນທີ່ລຶກທີ່ສຸດ.

ການທ່ອງທ່ຽວປະເພດນີ້ ເຊັ່ນ ການໄດ້ໄປສະປາເພື່ອ ບຳບັດດ້ານຮ່າງກາຍ ຈິດໃຈ, ການໄປສະມາທິ, ການທ່ອງທ່ຽວສາຍທັມມະ, ການໄປຮັບຟັງເລື່ອງລາວຫຼື Story telling ທີ່ເຮັດໃຫ້ໃຈຟູ ເຊັ່ນ: ການທ່ອງທ່ຽວຕາມຮອຍ ຊີຣີຍ໌ ຂອງເກົາຫຼີ, ການທ່ອງທ່ຽວໃນບ້ານເກີດຂອງສິລະປິນລະດັບໂລກ, ການທ່ອງທ່ຽວໃນດ້ານປະວັດສາດ ຫຼື ພິພິດທະພັນທີ່ມີເລື່ອງລາວ ມີມໍລະດົກທາງຄວາມຄິດ ເປັນຕົ້ນ.

ເພື່ອໃຫ້ນັກທ່ອງທ່ຽວມີຄວາມສຸກ ແລະຮູ້ສຶກຄວາມແຕກຕ່າງຈາກການໄປທ່ຽວທີ່ໄທ ຫຼື ພາກອີສານຂອງໄທ.

ຂ້າພະເຈົ້າຂໍແນະນຳ ກົນລະຍຸດ 5 ຂໍ້ດັງກ່າວ ເພື່ອໃຫ້ທ່ອງທ່ຽວລາວໄດ້ລູກຄ້າເພີ່ມຂຶ້ນ ແລະມີສັກະຍະພາບ ມີຄວາມສາມາດໃນການແຂ່ງຂັນເພີ່ມຂຶ້ນ.

ສຳຄັນທີ່ສຸດ ບໍ່ແມ່ນການພຶ່ງພາແຕ່ພາກລັດ ແຕ່ປະຊາຊົນຄົນລາວທຸກຄົນຄວນຮ່ວມມືກັນເປັນເຈົ້າບ້ານທີ່ດີ ບໍ່ເອົາປຽບລູກຄ້າ ບໍ່ຫາກິນເທື່ອດຽວກັບລູກຄ້າ ແຕ່ເຮົາຕ້ອງສ້າງຄວາມຢັ່ງຢືນຕໍ່ການທ່ອງທ່ຽວ ເພາະນັກທ່ອງທ່ຽວຄື ຄົນທີ່ຈະນຳເງິນເຂົ້າມາພັດທະນາປະເທດຊາດໄດ້.

บทความใกล้เคียง:

Leave a comment